ຄ່າບໍລິການສຳຫຼັບ ບໍລິສັດ ຂະໜາດນ້ອຍ: 500 ໂດລາ
(ທີ່ມີລາຍການເຄື່ອນໄຫວ 100-500 ລາຍການ/ປີ)
ຄ່າບໍລິການສຳຫຼັບ ບໍລິສັດ ຂະໜາດກາງ: 1 500 ໂດລາ
(ທີ່ມີລາຍການເຄື່ອນໄຫວ 500-1200 ລາຍການ/ປີ)
ຄ່າບໍລິການສຳຫຼັບ ບໍລິສັດ ຂະໜາດໃຫຍ່: 2 500 ໂດລາ
(ທີ່ມີລາຍການເຄື່ອນໄຫວ 1200-2000 ລາຍການ/ປີ)
ແພັກເກັດການບໍລິການສະຫຼຸບບົດລາຍງານການເງິນ ແລະ ຍື່ນບົດລາຍງານ ສະເພາະທ້າຍປີ
ໃນນັ້ນບໍລິການທີ່ທ່ານຈະໄດ້ຮັບມີດັ່ງນີ້:
ສ້າງບົດສະຫຼຸບ ແລະ ສົ່ງບົດລາຍງານການເງິນປະຈຳປີໃຫ້ກັບກົມບັນຊີ ແລະ ກົມສ່ວຍສາອາກອນ ໃນນັ້ນປະກອບມີ: ປື້ມບັນທຶກບັນຊີປະຈຳວັນແບບຫຼັກການບັນຊີຄູ່, ປື້ມບັນທຶກຕິດຕາມບັນຊີເງິນສົດ ແລະ ເງິນຝາກທະນາຄານ, ປື້ມບັນທຶກບັນຊີສາງສິນຄ້າ, ບັນຊີໃຫຍ່ແຍກປະເພດ, ໃບລາຍງານຜົນການດຳເນີນງານ, ໃບລາຍງານສະຖານະຊັບສິນ-ໜີ້ສິນ, ໃບລາຍງານສ່ວນປ່ຽນແປງທຶນ, ໃບລາຍງານກະແສເງິນສົດ, ຕາຕະລາງຫັກຄ່າຫຼຸ້ຍຫ້ຽນ, ຕາຕະລາງສະຫຼຸບສັງລວມການມອບພັນທະອາກອນແຕ່ລະປະເພດ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງຕາມລະບຽບການ.
ຍື່ນຂໍໃບອານຸຍາດການມອບພັນທະອາກອນປະຈຳປີ ຈາກກົມສ່ວຍສາອາກອນ
ຍື່ນຂໍໃບອານຸຍາດການຕິດຕາມຖືບັນຊີປະຈຳປີ ຈາກກົມບັນຊີກະຊວງການເງີນ
ອັບໂຫຼດເອກະສານລາຍງານການເງິນທີ່ຖືກຕ້ອງເຂົ້າໃນລະບົບການຕິດຕາມເອກະສານຂອງກົມບັນຊີກະຊວງການເງິນໃຫ້ຄົບຖ້ວນຕາມລະບຽບການ