ຄ່າບໍລິການສຳຫຼັບ ບໍລິສັດ ຂະໜາດນ້ອຍ: 1 200 ໂດລາ
(ທີ່ມີລາຍການເຄື່ອນໄຫວ 100-500 ລາຍການ/ປີ)
ຄ່າບໍລິການສຳຫຼັບ ບໍລິສັດ ຂະໜາດກາງ: 2 400 ໂດລາ
(ທີ່ມີລາຍການເຄື່ອນໄຫວ 500-1200 ລາຍການ/ປີ)
ຄ່າບໍລິການສຳຫຼັບ ບໍລິສັດ ຂະໜາດໃຫຍ່: 3 600 ໂດລາ
(ທີ່ມີລາຍການເຄື່ອນໄຫວ 1200-2000 ລາຍການ/ປີ)
ແພັກເກັດການບໍລິການແບບລາຍປີ ຫຼື ຟູແພັກເກັດ
ໃນນັ້ນບໍລິການທີ່ທ່ານຈະໄດ້ຮັບມີດັ່ງນີ້:
ໃຫ້ຄຳປຶກສາ ແລະ ວາງແຜນກ່ຽວກັບບັນຊີ ການເງິນ ແລະ ການແຈ້ງເສຍອາກອນແຕ່ລະປະເພດໃຫ້ຖືກຕ້ອງ
ລົງຕິດຕາມບັນຊີປະຈຳວັນ ບັນຊີລາຍຮັບ-ລາຍຈ່າຍ, ບັນຊີເງິນສົດ-ເງິນຝາກທະນາຄານ ແລະ ບັນຊີການຕິດຕາມເຄື່ອງໃນສາງ
ສ້າງຄູ່ມືການຖືບັນຊີ ແລະ ລະບຽບການບັນຊີພາຍໃນບໍລິສັດ
ສ້າງຜັງບັນຊີທີ່ຖືກຕ້ອງ ແລະ ສອດຄ່ອງກັບການດຳເນີນງານຕົວຈິງພາຍໃນບໍລິສັດ
ສ້າງບົດສະຫຼຸບ ແລະ ສົ່ງບົດລາຍງານການເງິນປະຈຳປີໃຫ້ກັບກົມບັນຊີ ແລະ ກົມສ່ວຍສາອາກອນ
ຕາງໜ້າເຂົ້າພົບເຈົ້າໜ້າທີ່ສ່ວຍສາອາກອນ ແລະ ຊ່ວຍເຫຼືອໃຫ້ຄຳປຶກສາດ້ານວຽກງານສ່ວຍສາອາກອນ
ຂໍໃບອານຸຍາດການມອບອາກອນປະຈຳປີໃຫ້ກັບວິສາຫະກິດ
ຂໍໃບອານຸຍາດການຖືບັນຊີປະຈຳປີ
ອັບໂຫຼດເອກະສານລາຍງານການເງິນທີ່ຖືກຕ້ອງເຂົ້າໃນລະບົບການຕິດຕາມເອກະສານຂອງກົມບັນຊີກະຊວງການເງິນໃຫ້ຄົບຖ້ວນຕາມລະບຽບການ
ຊ່ວຍເຫຼືອໃນການຈັດຕຽມເອກະສານໃນການກວດກາໄລ່ລຽງອາກອນແບບຄົບຊຸດໃຫ້ຖືກຕ້ອງ ແລະ ຄົບຖ້ວນ